ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຈັດຕະວາ ສົມພອນ ມິດຕະພອນ ຕ້ອນຮັບຄະນະຊ່ຽວຊານ
ກອງທັບຍີ່ປຸ່ນເຂົ້າຢ້ຽມຂໍ່ານັບ

     ໃນວັນທີ 22 ພະຈິກ 2023 ນີ້, ທ່ານ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້
ການຕ້ອນຮັບຄະນະຊ່ຽວຊານກອງທັບຍີ່ປຸ່ນເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາເຄື່ອນໄຫວເຮັດວຽກຢູ່ລາວ
ໃນລະຫວ່າງວັນທີ 20-22 ພະຈິກ 2023 ນີ້.

     ໂອກາດດັ່ງກ່າວ, ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຊ່ຽວຊານກອງທັບ
ຍີ່ປຸ່ນ ພ້ອມດ້ວຍຄະນະ, ເຊິ່ງການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ທ່ານ ມູຣາໂກຊິ ມາຊາໂຕ ໜ່ວຍງານເສີມສ້າງຂີດຄວາມສາມາດ ພະແນກນະ
ໂຍບາຍການຕ່າງປະເທດ ກະຊວງປ້ອງກັນປະເທດຍີ່ປຸ່ນ ກໍໄດ້ລາຍງານຜົນສໍາເລັດຂອງການພົບປະສອງຝ່າຍລະຫວ່າງຄະນະຊ່ຽວກອງທັບ
ຍີ່ປຸ່ນກັບກອງທັບປະຊາຊົນລາວ ກ່ຽວກັບການປຶກສາຫາລືແຜນການເຝິກຊ້ອມປະສານຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອທາງດ້ານການ
ແພດໃຫ້ຜູ້ປະສົບໄພທາງບົກຮ່ວມກັບການນໍາໃຊ້ກົນຈັກໜັກ, ການກະກຽມຄວາມພ້ອມດ້ານອຸປະກອນກົນຈັກໜັກສໍາລັບນໍາໃຊ້ເຂົ້າໃນ
ການເຝິກຊ້ອມ ລະຫວ່າງສອງກອງທັບລາວ-ຍີ່ປຸ່ນ ທີ່ຈະຈັດການເຝິກຊ້ອມຕົວຈິງໃນ ເດືອນ ທັນວາ 2023 ຕະຫຼອດຮອດການກະກຽມ
ແຜນການຮ່ວມມືສອງຝ່າຍໃນປີຕໍ່ໜ້າ.

     ໂອກາດນີ້, ທ່ານ ພົນຈັດຕະວາ ສົມພອນ ມິດຕະພອນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານກອງທັບຍີ່ປຸ່ນ ທີ່ໄດ້ໃຫ້ການ
ຮ່ວມມື ແລະ ຊ່ວຍເຫຼືອແກ່ກອງທັບປະຊາຊົນລາວ ທາງດ້ານວັດຖຸ ແລະ ປັດໃຈໃນໄລຍະຜ່ານມາ ພ້ອມທັງຕີລາຄາສູງຕໍ່ການພົວພັນ
ຮ່ວມມືລະຫວ່າງສອງກອງທັບລາວ-ຍີ່ປຸ່ນ,ຍີ່ປຸ່ນ-ລາວ ໃຫ້ນັບມື້ຂະຫຍາຍຕົວແຕກດອກອອກຜົນຂຶ້ນເປັນກ້າວໆ ແລະ ຫວັງຢ່າງຍິ່ງວ່າ:
ການມາປະຕິບັດໜ້າທີ່ຮ່ວມມືໃນການເຝິກອົບຮົມວຽກງານຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດຈະສໍາເລັດຕາມລະດັບ
ຄາດໝາຍທີ່ວາງໄວ້ເປັນການປະກອບສ່ວນເສີມສ້າງມິດຕະພາບລາວ-ຢີ່ປຸ່ນ ທີ່ມີມາແລ້ວນັ້ນໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ແຫຼ່ງຂ່າວໂດຍ ສົມຄິດ
ວັນທີ 23/11/2023